บทความ

ພັນທະເຄມີ

รูปภาพ
ພັນທະເຄມີ ( Chemical Bond ) ຄວາມໝາຍຂອງພັນທະເຄມີ ພັນທະເຄມີ ແມ່ນແຮງຍືດໜ່ຽວ ຫຼືແຮງດືງດູດລະຫ່ວາງ ອາໂຕມກັບອາໂຕມໃນໂມເລກຸນຫຼືລຫ່າງໂມເລກຸນກັບໂມເລກຸນໃນມາດປະສົມຕ່າງໆ ຈື່ງຈຳແນກຄວາມໝາຍຂອງພັນທະເຄມີອອກເປັນ 2 ລັກສະນະທີ່ສຳຄັນດັ່ງນີ້: ພັນທະເຄມີທີ່ເປັນແຮງດືງດູດລະຫ່ວາງອາໂຕມກັບອາໂຕມໃນມາດປະສົມ ເພາະທາດຕ່າງໆຢູ່ໃນຮູບແບບໂມເລກຸນເປັນສ່ວນໃຫຍ່ ເຊັ່ນ: ນ້ຳ   H 2 O   ນື່ງໂມເລກຸນປະກອບດ້ວຍທາດ ຮີໂດຣແຊນ H ສອງອາໂຕມ ແລະ ທາດອົກຊີແຊນ O   ໜື່ງອາໂຕມກາສຮີໂດຣແຊນ ໜື່ງໂມເລກຸນປະກອບດ້ວຍທາດຮີໂດຣແຊນສອງອາໂຕມເປັນຕົ້ນ. ເຫດຜົມທີ່ເຮັດໃຫ້ມີພັນທະເຄມີບະຫ່ວາງອາໂຕມໃນໂມເລກຸນຂອງທາດຕ່າງໆ ເພາະເມື່ອນຳໂມເລກຸນຂອງທາດຕ່າງໆ ເຫຼົ່ານັ້ນມາສະຫຼາຍໃຫ້ກາຍເປັນພັນທະ ຄ່າພະລັງງານສະຫຼາຍພັນທະຫົວໜ່ວຍເປັນ KJ / mol ທາດຕົວຢ່າງ    ສົມຜົນສະແດງການສະຫຼາຍພັນທະ ພະລັງງານສະຫຼາຍພັນທະ ສູດເຄມີ ຊື່ທາດຕົວຢ່າງ H 2 Hydrogen gas H 2 ( g ) + 436 KJ/ mol -------- 436 HBr Hydrogenbromide gas HBr ( g ) + 366 KJ/ mol --- H + Br ...

ທາດ ແລະ ການປ່ຽນແປງ

รูปภาพ
ທາດ ແລະ ການປ່ຽນແປງ ຄວາມໝາຍ ແລະ ລັກສະນະຂອງທາດ. ທາດ ( Substance ) ໝາຍເຖິງສິ່ງທີ່ປະກອບໃນວັດຖຸເຊັ່ນ: ຕາປູ ແມ່ນວັດຖຸໂດຍມີເນື້ອທາດເປັນເຫຼັກ, ຫີນປູນເປັນວັດຖຸໂດຍມີເນື້ອທາດເປັນການຊີກາກໂບນັດ...ດັ່ງນັ້ນວັດຖຸ ແລະ ທາດຈຶ່ງສາມາດໃຊ້ແທນກັນໄດ້. ວັດຖຸ ( Matter ) ໝາຍເຖິງສິ່ງທີ່ມີມວນສານ ຕ້ອງການທີ່ຢູ່ ແລະ ສໍາພັດໄດ້ເຊັ່ນ: ເງິນ, ນໍ້າ, ອາກາດ... ຄຸນລັກສະນະຂອງທາດແບ່ງອອກເປັນ 2 ປະເພດຄື: ຄຸນລັກສະນະທາງຟີຊິກ: ໄດ້ແກ່ຄຸນລັກສະນະ ກ່ຽວກັບພາວະ ຮູບຮ່າງ ສີ ກິ່ນ ລົດຊາດ ການລະລາຍ ຈຸດຟົດ ຈຸດເປື່ອຍ, ບໍກ່ຽວກັບປະຕິກິລິຍາເຄມີ. ຄຸນລັກສະນະທາງເຄມີ: ເປັນຄຸນລັກສະນະທີ່ກ່ຽວກັບປະຕິກິລິຍາເຄມີ ເຊັ່ນ: ການເຜົາໄໝ້ ການສະລາຍຕົວ, ການລະເບີດເປັນຕົ້ນ. ການຈັດແບ່ງທາດ ໃຊ້ພາວະເປັນເກນ ແບ່ງອອກເປັນ: ຂອງແຂງ, ຂອງແຫຼວ ແລະ ອາຍ. ໃຊ້ລັກສະນະເນື້ອທາດເປັນເກນ ແບ່ງອອກເປັນທາດເນື້ອດຽວ ແລະ ທາດທີ່ເນື້ອບໍ່ເປັນເນື້ອດຽວ. ໃຊ້ອົງປະກອບທາງເຄມີເປັນເກນ ແບ່ງອອກເປັນທາດປົນ ແລະ ທາດປະສົມ. ການທົດສອບຄວາມບໍລິສຸດຂອງທາດ ການຊອກຫາຈຸດເປື່ອຍ: ຈຸດເປື່ອຍເປັນອຸນຫະພູມທີ່ປ່ຽນຈາກທາດແຂງຫາທາດແຫຼວ(ເປັນອຸນຫະພູມດຽວກັບຈຸດກ້າມແຂງເຊິ່ງປ໋ນຈາກທາກແຫ...