ພັນທະເຄມີ


ພັນທະເຄມີ ( Chemical Bond )

  1. ຄວາມໝາຍຂອງພັນທະເຄມີ

ພັນທະເຄມີ ແມ່ນແຮງຍືດໜ່ຽວ ຫຼືແຮງດືງດູດລະຫ່ວາງ ອາໂຕມກັບອາໂຕມໃນໂມເລກຸນຫຼືລຫ່າງໂມເລກຸນກັບໂມເລກຸນໃນມາດປະສົມຕ່າງໆ ຈື່ງຈຳແນກຄວາມໝາຍຂອງພັນທະເຄມີອອກເປັນ 2 ລັກສະນະທີ່ສຳຄັນດັ່ງນີ້:

  • ພັນທະເຄມີທີ່ເປັນແຮງດືງດູດລະຫ່ວາງອາໂຕມກັບອາໂຕມໃນມາດປະສົມ ເພາະທາດຕ່າງໆຢູ່ໃນຮູບແບບໂມເລກຸນເປັນສ່ວນໃຫຍ່ ເຊັ່ນ: ນ້ຳ  H2O  ນື່ງໂມເລກຸນປະກອບດ້ວຍທາດ ຮີໂດຣແຊນ H ສອງອາໂຕມ ແລະ ທາດອົກຊີແຊນ O  ໜື່ງອາໂຕມກາສຮີໂດຣແຊນ ໜື່ງໂມເລກຸນປະກອບດ້ວຍທາດຮີໂດຣແຊນສອງອາໂຕມເປັນຕົ້ນ. ເຫດຜົມທີ່ເຮັດໃຫ້ມີພັນທະເຄມີບະຫ່ວາງອາໂຕມໃນໂມເລກຸນຂອງທາດຕ່າງໆ ເພາະເມື່ອນຳໂມເລກຸນຂອງທາດຕ່າງໆ ເຫຼົ່ານັ້ນມາສະຫຼາຍໃຫ້ກາຍເປັນພັນທະ

  • ຄ່າພະລັງງານສະຫຼາຍພັນທະຫົວໜ່ວຍເປັນ KJ/mol

ທາດຕົວຢ່າງ
   ສົມຜົນສະແດງການສະຫຼາຍພັນທະ
ພະລັງງານສະຫຼາຍພັນທະ
ສູດເຄມີ
ຊື່ທາດຕົວຢ່າງ
H2
Hydrogen gas
H2 (g) + 436 KJ/mol--------
436
HBr
Hydrogenbromide gas
HBr(g) +366 KJ/mol---H + Br
366
CO
Carbonmonoxide gas
CO(g) +1,070 KJ/mol---C + O
1,070
N2
Nitrogen gas
N2(g) + 945 KJ/mol----------2N
945
F2
Fluorine gas
F2(g)+ 159 KJ/mol----------2F
159
Cl2
Chlorine gas
Cl2(g) + 242 KJ/mol----------
242



  • ພັນທະເຄມີເປັນແຮງດືງດູດລະຫ່ວາງໂມເລກຸນກັບໂມເລກຸນດ້ວຍກັນເອງໃນເນື້ອທາດ
    ເຫດຜົນທີ່ສະແດງວ່າມີພັນທະເຄມີໃນທາດຕ່າງໆມີດັ່ງນີ້:

  • ທາດຕ່າງໆມີຈຸດເດືອດແຕກຕ່າງກັນສະແດງວ່າທາດຢູ່ຮ່ວມກັນເປັນກ້ອນ ຫຼືເນື້ອທາດໄດ້ນັ້ນຕ້ອງມີແຮງດືງດູດເຊີ່ງກັນ ແລະ ກັນ ຢູ່ໃນການທຳລາຍແຮງດືງດູດນັ້ນ ຈື່ງຕ້ອງໃຊ້ພະລັງງານແຕກຕ່າງກັນອອກໃຫ້ເພື່ອໂມເລກຸນຕ່າງໆແຕກຕົວອອກຈາກກັນໄດ້.
  • ທາດຕ່າງໆມີຈຸດຫຼອມແຫຼວ ແຕກຕ່າງກັນສະແດງວ່າໂມເລກຸນຂອງທາດຕ່າງໆໃນພາວະທີ່ເປັນຂອງແຂງມີແຮງດືງດູດແຕກຕ່າງກັນ ເມືອ່ປ່ຽນພາວະເປັນຂອງແຫຼວເມື່ອຕ້ອງໃຊ້ພະລັງງານເພື່ອທຳລາຍແຮງດືງດູດນັ້ນຫຼາຍນ້ອຍແຕກຕ່າງກັນໄປ ເຮັດໃຫ້ທາດຕ່າງໆມີຈຸດຫຼອມແຫຼວແຕກຕ່າງກັນ.

  1. ພັນທະເຄມີເກີດຂື້ນໄດ້ແນວໃດ ?
    ປີ ຄ.ສ 1961 ນັກວິທະຍາສາດຊື່: ກີລເບີດເລວີສ ຄໍສເຊວ ໄດ້ສຶກສາເຖີງຄວາມສຳພັນຂອງພັນທະເຄມີວາເລນເອເລັກຕຣົງຂອງທາດຈຸ 8A ທັງສອງທ່ານພົບວ່າອາໂຕມຂອງທາດຕ່າງໆ ເມື່ອເກີດກການຮວມຕົວກັນທັງເຄມີນັ້ນຈະພະຍາຍາມຈັດວາເລນເອເລັກຕຣົງໃຫ້ມີເທົ່າກັບຂອງທາດຈຸ 8A  ເພາະການຈັດລຽງເອເລັກຕຣົງໃນຈຸ  8A ມີຄວາມໝັ້ນຄົງສູງທີ່ສຸດເພາະມີພະລັງງານຕໍ່າ ຈື່ງເຮັດໃຫ້ທາດຈຸ 8A ສາມາດຄົງຕົວຢູ່ໃນທຳມະຊາດໄດ້ໃນສະພາບທີ່ເປັນອາໂຕມດ່ຽວ.

  1. ຊະນິດຂອງພັນທະເຄມີ

ພັນທະເຄມີສາມາດຈຳແນກໄດ້ຕາມລັກສະນະຂອງແຮງດືງດູດໄດ້ດັ່ງນີ້:

  1. ພັນທະເຄມີລະຫ່ວາງອາໂຕມກັບອາໂຕມໃນໂມເລກຸນເຊີ່ງແບ່ງຍ່ຍໆໄດ້ດັ່ງນິ້:

  • ພັນທະອີອົງ
  • ພັນທະໂກວາລັງ ຫຼືພັນທະໂກວາເລນ
  • ພັນທະໂຄອໍດິເນັດ ໂກວາເລນ

  1. ພັນທະເຄມີລະຫ່ວາງໂມເລກຸນກັລໂມເລກຸນໃນເນື້ອທາດເຊີ່ງແບ່ງຍ່ອຍໆ ເປັນຊະນິດທີ່ສຳຄັນດັ່ງນີ້:

  • ແຮງວັນເດີວານ
  • ແຮງດືງດູດລະຫ່ວາງຂົ້ວ
  • ພັນທະຮີໂດຣແຊນ

ພັນທະເຄມີແຕ່ລະຊະນິດກໍ່ມີຄວາມແຂງແຮງແຕກຕ່າງກັນອອກໄປ ໂດຍທົ່ວໄປແລ້ວພົບວ່າ ພັນທະເຄມີລະຫ່ວາງອາໂຕມໃນໂມເລກຸນຂອງທາດນັ້ນ ມີຄວາມແຂງແຮງຫຼາຍກ່ວາພັນທະເຄມີລະຫວ່າງໃນໂມເລກຸນ ກັບໂມເລກຸນໃນເນື້ອທາດ.







  1. ການເກີດພັນທະເຄມີ

ເນື່ອງຈາກທາດເເຄມີໃນທາດຕ່າງໆນັ້ນເກີີດຈາກການປັບໂຄງສ້າງເອເລັກຕຣົງຂອງອາໂຕມໃຫ້ມີຈຳນວນວາເລນເອເລັກຕຣົງເປັນໄປຕາມກົດສູດແປດ











ຊະນິດຂອງພັນທະເຄມີ

     ພະລັງງານສະຫຼາຍພັນທະ
             ( KJ/mol )
ພັນທະເຄມີລະຫ່ວາງອາໂຕມກັບອາໂຕມໃນໂມເລກຸນຂອງທາດ
1.    ພັນທະອີອົງ
2.    ພັນທະໂກວາລັງ
3.    ພັນທະໂລຫະ
ພັນທະເຄມີລະຫວ່າງໂມເລກຸນໃນເນື້ອທາດ
1.    ແຮງວັນເດີວານ
2.    ພັນທະຮີໂດຣແຊນ



100 – 1000
100 -  1000
100 ຂຶ້ນໄປ

0.1  – 10
 10 –  40




  • ການເກີດພັນທະອີອົງ

ພັນທະອີອົງເປັນແຮງດືງດູດລະຫ່ວາງໄຟຟ້າລະຫ່ວາງອີອົງບອກ ກັບອີອົງລົບຂອງອາໂຕມຂອງທາດສອງກຸ່ມດ້ວຍກັນ  ທາດກຸ່ມໜື່ງ ຄືທາດທີ່ເປັນໂລຫະ ເຊີ່່ງມີຄ່າ IE  ແລະ EN ທາດອີກກຸ່ມໜື່ງ ຄຶ ທາດທີ່ເປັນອະໂລຫະ IE  ແລະ EN ສູູງຫຼາຍເມື່ອທາດທັງສອງກຸ່ມເກດີປະຕິກິລິຍາເຄມີຮວມຕົວກັນນັ້ນຈະເກີດການປັບໂຄງສ້າງຂອງເອເລັກຕຣົງດັ່

ນີ້:

  1. ທາດທີ່ເປັນຈະເສຍ ຫຼືໃຫ້ວາເລນເອເລັກຕຣົງອອກໄປແລ້ວຕົວມັນກາຍເປັນອີອົງບອກໄດ້ແກ່: ຈຸ 1A  2Aຫຼືທາດທີ່ເປັນອະໂລຫະບາງຕົວໃນຈຸ 3A





  • ທາດຈຸ 1A  2A ແລະ 3A ບາງຕົວພ້ອມທັງຄ່າຕ່າງໆ

1A
IE( KJ/mol )
EN
2A
IE( KJ/mol )
EN
3A
IE( KJ/mol )
EN
Li
Na
K
Rb
124
118
100
96.3
1.0
0.9
0.8
0.8

Be
Mg
Ca
Ba
215
176
141
120
1.5
1.2
1.0
0.9
Al
Ga
Ln
Ti
138
138
133
141
1.5
1.6
1.7
1.8




  1. ທາດທີເປັນອະໂລຫະຈະຮັບວາເລນເອເລັກຕຣົງເຂົ້າມາແລ້ວກາຍເປັນອີອົງລົບໄດ້ແກ່:  6A ແລະ 7A

  • ທາດຈຸ 6A ແລະ 7A ພ້ອມທັງຄ່າຕ່າງໆ

6A
IE( KJ/mol )
EN
7A
IE( KJ/mol )
EN
O
S
Se
314
239
225
3.5
2.5
2.4
F
Cl
Br
I
402
300
273
241
4.0
3.0
2.8
2.5



ສົມຜົນສະແດງການໃຫ້ ແລະ ຮັບວາເລນເອເລັກຕຣົງຂອງທາດທັງສອງກຸ່ມເມື່ອເກີດການຮວນຕົວກັນທາງເຄມີເປັນດັ່ງນີ້:

ກຸ່ມທາດທີ່ເປັນໂລຫະເມືອ່ໃຫ້ວາເລນເອເລັກຕຣົງອອກໄປຈະເກີດປະຕິກິລິຍາຕາມສົມຜົນ:

 ------------------------ + 

ກຸ່ມທາດທີ່ເປັນອະໂລຫະເມື່ອຮັບວາເລນອີເລັກຕຣົງຈະເກີດປະຕິກິລິຍາຕາມສົມຜົນ:

XO  +  ------------------------ X-n

ເມື່ອ M ແທນສັນຍາລັກທີ່ເປັນໂລຫະຈຸ  1A  2A ແລະ 3A ບາງຕົວ

X ແທນສັນຍາລັກທີ່ເປັນອະໂລຫະ ຈຸ 6A ແລະ 7A

 ແມ່ນຈຳນວນວາເລນເອເລັກຕຣົງທີ່ໃຫ້  ຫຼືຮັບ

+n ແມ່ນຈຳນວນໄຟຟ້າບັນຈຸບວກຂອງອີອົງບວກ

-n ແມ່ນຈຈຳນວນໄຟຟ້າບັນຈຸລົບຂອງອີອົງລົບ X-n

ຕົວຢ່າງ:

  1. ທາດທີ່ເປັນໂລຫະເຊີ່ງເປັນຝ່າຍເສຍວາເລນເອເລັກຕຣົງ
    NaO  ------------------------ Na+   +  e+
    CaO ------------------------ Ca+2    +  2e
  2. ທາດທີ່ເປັນອະໂລຫະເຊີ່ງເປັນຝ່າຍຮັບວາເລນເອເລັກຕຣົງ
    FO   +   e- ------------------------ F-
    OO  +    2e- ------------------------ O-2

  • ການເກີດພັນທະໂກວາລັງ

ພັນທະໂກວາລັງເປັນແຮງດືງດູດລະຫ່ວາງນິວເຄຼຍຂອງແຕ່ລະອາໂຕມທີ່ມີຕໍ່ວາເລນເອເລັກຕຣົງທີ່ໃຊ້ຮ່ວມກັນໃນໂມເລກຸນຂອງທາດປະສົມ  ທາດປະສົມທີ່ມີພັນທະໂກວາລັງໂດຍທົ່ວໄປເກີດຈາກການຮວມຕົວກັນທາງເຄມີຂອງຈຸທາດດັ່ງຕໍ່ໄປນີ້:

  1. ການເກີດການຮວມຕົວທາງເຄມີຂອງອາໂຕມທາດຊະນິດດຽວກັນ ທາດພວກນີ້ບໍ່ຢູ່ໃນຮູບແບບອາໂຕມດ່ຽ%ໃນທຳມະຊາດແຕ່ຕ້ອງຢູ່ໃນຮູບແບບໂມເລກຸນ ຄື ມີຈຳນວນອາໂຕມແຕ່ສອງອາໂຕມຂື້ນໄປໂມເລກຸນປະເພດນີ້ເອີ້ນວ່າ:  ໂມເລກຸນໂຮໂມນິວເຄຼຍ   ເຊັ່ນ: ກາສຮີໂດຣແຊນ H2   ກາສອົກຊີແຊນ O2  ກາສໂອໂຊນ O3 ເປັນຕົ້ນ.
  2. ເກີດກການຮວມຕົວທາງເຄມີຂອງອາໂຕມທາດຕ່າງຊະນິດກັນ ແລະ ມີຄ່າ IE ແລະ EN ແຕກຕ່າງກັນບໍ່ຫຼາຍເຊັ່ນ: ທາດຈຸ 4A 5A 6A 7A ເປັນຕົ້ນ. ໂມເລກຸນທີ່ເກີດຈາກການຮວມຕົວຂອງກຸ່ມທາດເຫຼົ່ານີ້ເອີ້ນວ່າ: ເຮເທີໂຣນິວເຄຼຍ  ຕົວຢ່າງໂມເລກຸນຂອງທາດນີ້ເຊັ່ນ: ກາສມີເທນ CH4   ກາສອາຊິດກໍຼຮີດິກ HCl.

ความคิดเห็น

โพสต์ยอดนิยมจากบล็อกนี้

ປະລິມານສຳພັນ

ທາດ ແລະ ການປ່ຽນແປງ