ທາດ ແລະ ການປ່ຽນແປງ
- ທາດ ແລະ ການປ່ຽນແປງ
- ຄວາມໝາຍ ແລະ ລັກສະນະຂອງທາດ.
- ທາດ (Substance) ໝາຍເຖິງສິ່ງທີ່ປະກອບໃນວັດຖຸເຊັ່ນ: ຕາປູ ແມ່ນວັດຖຸໂດຍມີເນື້ອທາດເປັນເຫຼັກ, ຫີນປູນເປັນວັດຖຸໂດຍມີເນື້ອທາດເປັນການຊີກາກໂບນັດ...ດັ່ງນັ້ນວັດຖຸ ແລະ ທາດຈຶ່ງສາມາດໃຊ້ແທນກັນໄດ້.
- ວັດຖຸ (Matter) ໝາຍເຖິງສິ່ງທີ່ມີມວນສານ ຕ້ອງການທີ່ຢູ່ ແລະ ສໍາພັດໄດ້ເຊັ່ນ: ເງິນ, ນໍ້າ, ອາກາດ...
- ຄຸນລັກສະນະຂອງທາດແບ່ງອອກເປັນ 2 ປະເພດຄື:
- ຄຸນລັກສະນະທາງຟີຊິກ: ໄດ້ແກ່ຄຸນລັກສະນະ ກ່ຽວກັບພາວະ ຮູບຮ່າງ ສີ ກິ່ນ ລົດຊາດ ການລະລາຍ ຈຸດຟົດ ຈຸດເປື່ອຍ, ບໍກ່ຽວກັບປະຕິກິລິຍາເຄມີ.
- ຄຸນລັກສະນະທາງເຄມີ: ເປັນຄຸນລັກສະນະທີ່ກ່ຽວກັບປະຕິກິລິຍາເຄມີ ເຊັ່ນ: ການເຜົາໄໝ້ ການສະລາຍຕົວ, ການລະເບີດເປັນຕົ້ນ.
- ການຈັດແບ່ງທາດ
- ໃຊ້ພາວະເປັນເກນ ແບ່ງອອກເປັນ: ຂອງແຂງ, ຂອງແຫຼວ ແລະ ອາຍ.
- ໃຊ້ລັກສະນະເນື້ອທາດເປັນເກນ ແບ່ງອອກເປັນທາດເນື້ອດຽວ ແລະ ທາດທີ່ເນື້ອບໍ່ເປັນເນື້ອດຽວ.
- ໃຊ້ອົງປະກອບທາງເຄມີເປັນເກນ ແບ່ງອອກເປັນທາດປົນ ແລະ ທາດປະສົມ.
- ການທົດສອບຄວາມບໍລິສຸດຂອງທາດ
- ການຊອກຫາຈຸດເປື່ອຍ:ຈຸດເປື່ອຍເປັນອຸນຫະພູມທີ່ປ່ຽນຈາກທາດແຂງຫາທາດແຫຼວ(ເປັນອຸນຫະພູມດຽວກັບຈຸດກ້າມແຂງເຊິ່ງປ໋ນຈາກທາກແຫຼວເປັນທາດແຂງ)ຈຸດເປື່ອຍເປັນລັກສະນະສະເພາະຕົວຂອງທາດແຂງຄື: ທາດແຂງທີ່ບໍລິສຸດຈະມີຈຸດເປື່ອຍຄົງທີ່ ມີໄລຍະການເປື່ອຍສັ້ນ ໃນໄລຍະທາດແຂງທີ່ບໍ່ບໍລິສຸດຈະມີຈຸດເປື່ອຍບໍ່ຄົງທີ່ ຈະມີໄລຍະການເປື່ອຍຍາວ ແລະ ຈຸດເປື່ອຍຕໍ່າກ່ວາທາດບໍລິສຸດ ຍິ່ງທາດບໍ່ບໍລິສຸດຫຼາຍເທົ່າໃດຍິ່ງມີຈຸດເປື່ອຍຕໍ່າເທົ່ານັ້ນ.
- ການຊອກຫາຈຸດຟົດ:ຈຸດຟົດຄືອຸນຫະພູມທີ່ປ່ຽນຈາກທາດແຫຼວການເປັນອາຍ,ຈຸດຟົດເປັນລັກສະນະສະເພາະຕົວຂອງທາດແຫຼວທາດແຫຼວທີ່ບໍລິສຸດຈະມີຈຸດຟົດຄົງທີ່ທາດແຫຼວທີ່ບໍ່ບໍລິສຸດຈະມີຈຸດຟົດບໍ່ຄົງທີ່ແລະຈຸດຟົດສູງກ່ວາທາດແຫຼວບໍລິສຸດ ຖ້າມີທາດເຈືອປົນຢູ່ຫຼາຍຈຸດຟົດຍິ່ງສູງຂຶ້ນຫຼາຍ.
- ການແຍກທາດ ແລະ ການເຮັດໃຫ້ທາດບໍລິສຸດ
- ການຕອງ
- ການຕົກພຶກ
- ການສະກັດດ້ວຍຕົວພາລະລາຍ
- ກ່ນກັ່ນ
- ໂຄຣມາໂຕກຣາຟີ
- ການແຍກທາດໂດຍການລະເຫີດ
- ການແຍກທາດ ແມ່ນໂດຍການໃຊ້ຄວາມໜາແໜ້ນຂອງທາດ
- ການຕອງ: ແມ່ນການແຍກທາດແຂງທີ່ບໍ່ລະລາຍອອກຈາກທາດແຫຼວໂດຍນໍາໃຊ້ຈວຍຕອງ.
- ການຕົກພຶກ:ການແຍກທາດແຂງທີ່ລວມຕົວເປັນເນື້ອດຽວກັບທາດແຫຼວໂດຍໃຫ້ທາດລະລາຍອີ່ມຕົວຢູ່ທີ່ອຸນຫະພູມສູງ ແລ້ວຫຼຸດອຸນຫະພູມລົງ ກໍ່ຈະໄດ້ພຶກທີ່ເປັນທາດແຂງ.
- ການສະກັດດ້ວຍຕົວພາລະລາຍ: ເປັນການແຍກທາດປະສົມໂດຍອາໄສຄຸນລັກສະນະຂອງທາດລະລາຍໃນທາດປະສົມນັ້ນ ມີຫຼັກການເລືອກທາດພາລະລາຍດັ່ງນີ້:
- ຕ້ອງລະລາຍທາດໄດ້ພຽງຊະນິດດຽວ
- ບໍ່ເກີດປະຕິກິລິຍາກັບທາດທີ່ຕ້ອງການແຍກ
- ຫຼັງຈາກສະກັດໄດ້ແລ້ວ ສາມາດແຍກໄດ້ງ່າຍ
- ການກັ່ນ: ແມ່ນວິທີເຮັດໃຫ້ທາດບໍລິສຸດ ເຊິ່ງສາມາດໃຊ້ໄດ້ກັບທາດແຫຼວ-ແຫຼວ ແລະ ທາດແຫຼວ-ທາດແຂງ ທີ່ລະລາຍເປັນເນື້ອອດຽວອອກຈາກກັນໂດຍອາໄສຄວາມແຕກຕ່າງຂອງຈຸດຟົດ.
- ໂຄຣມາໂຕກຣາຟີ:ແມ່ນເທັກນິກການແຍກທາດໂດຍມີຫຼັກການແມ່ນອາໄສການລະລາຍແລະການດູດຊັບເປັນຫຼັກທາດທີ່ລະລາຍໄດ້ດີແຕ່ຖືກດູດຊຶມໄດ້ໜ້ອຍຈະຫຼຸດອອກມາກ່ອນ ສ່ວນທາດທີ່ລະລາຍໄດ້ໜ້ອຍແຕ່ຖືກດູດຊັບຫຼາຍຈະລະລາຍອອກມາຕາມຫຼັງ.
- ການລະເຫີດ: ໃຊ້ແຍກທາດລະລາຍທີ່ມີທາດໜື່ງລະເຫີດໄດ້ ແລະ ອີກທາດໜື່ງລະເຫີດບໍ່ໄດ້.
- ການແຍກທາດໂດຍໃຊ້ຄວາມໜາແໜ້ນຂອງທາດ: ໃຊ້ສໍາລັບການແຍກທາດທີ່ມີຄວາມໜາແໜ້ນຕ່າງກັນໂດຍໃຊ້ທາດແຫຼວທີ່ມີຄວາມໜາແໜ້ນຢູ່ລະຫວ່າງທາດປະສົມແຍກທາດອອກຈາກກັນ.
- ພະລັງງານ ກັບການປ່ຽນແປງທາດ
- ພະລັງງານ ແມ່ນຄວາມສາມາດໃນການເຮັດວຽກ ຫຼືເຮັດໃຫ້ເກີດແຮງງານກ
- ກົດເກນການຄົງທີ່ຂອງພະລັງງານພະລັງງານເປັນສິ່ງທີ່ບໍ່ມີການສູນຫາຍແລະບໍ່ມີການສ້າງຂຶ້ນໃໝ່ແຕ່ສາມາດປ່ຽນຮູບໄດ້.
- ລະບົບ ແລະ ສິ່ງແວດລ້ອມ
- ລະບົບ ແມ່ນສິ່ງທີ່ກໍາລັງສຶກສາຢູ່ ມີຂອບເຂດທີ່ແນ່ນອນ.
- ສິ່ງແວດລ້ອມ ແມ່ນສິ່ງຕ່າງໆທີ່ຢູ່ນອກລະບົບ ເຊິ່ງອາດຈະສົ່ງຜົນຕໍ່ລະບົບກໍ່ໄດ້.
- ປະເພດຂອງລະບົບ
- ລະບົບປິດ ແມ່ນລະບົບທີ່ມີແຕ່ພະລັງງານທີ່ຖ່າຍເທກັບສິ່ງແວດລ້ອມໄດ້, ໂດຍທີ່ມວນສານຂອງທາດບໍ່ປ່ຽນແປງ ເຊັ່ນ: ການລະເຫີຍຂອງນໍ້າໃນພາຊະນະປິດ.
- ລະບົບເປີດ ແມ່ນລະບົບທີ່ມວນສານ ແລະ ພະລັງງານສາມາດຖ່າຍເທລະຫວ່າງລະບົບກັບສິ່ງແວດລ້ອມເຊັ່ນ:ການເຜົາໄໝ້.
- ລະບົບອິດສະຫຼະ ແມ່ນລະບົບທີ່ບໍ່ມີການຖ່າຍໂອນກັບສິ່ງແວດລ້ອມເຊັ່ນ: ກະຕິກນໍ້າຮ້ອນທີ່ປິດແຈບ.
- ການປ່ຍນແປງພະລັງງານຂອງລະບົບ
- ການປ່ຽນແປງແບບຄາຍຄວາມຮ້ອນເມື່ອເກີດການປ່ຽນແປງລະບົບຈະຖ່າຍເທພະລັງງານຄວາມຮ້ອນກັບສິ່ງແວດລ້ອມ.
- ການປ່ຽນແປງແບບດູດຄວາມຮ້ອນ: ເມື່ອເກີດການປ່ຽນແປງ ລະບົບຈະດູດພະລັງງານມາຈາກສິ່ງແວດລ້ອມ.
![]() |
|

ດີຫຼາຍ
ตอบลบຂໍຂອບໃຈ
ตอบลบ